ກ່ຽວກັບ ສຂລ
ຕິດຕາມຂໍ້ມູນສຳຄັນ, ປະຫວັດ ແລະ ພາລະກິດຂອງສະມາຄົມເຂື່ອນລາວ.
History
ປະຫວັດຫຍໍ້
ສະມາຄົມເຂື່ອນລາວ (ສ.ຂ.ລ) ແມ່ນອົງການທີ່ສ້າງຂຶ້ນພາຍໃຕ້ກົດໝາຍຂອງ ສປປ ລາວ. ສະມາຊິກໃນອົງກອນຈະກ່ຽວຂ້ອງກັບ ອົງກອນ, ບໍລິສັດເອກະຊົນ, ບຸກຄົນໃນພາກສ່ວນທີ່ກ່ຽວຂ້ອງກັບ ການອອກແບບ, ກໍ່ສ້າງ, ປະຕິບັດງານ, ບໍາລຸງຮັກສາ, ຕິດຕາມ ແລະ ປະເມີນຄວາມປອດໄພຂອງເຂື່ອນ. ສະມາຄົມເຂື່ອນລາວ ຫຼື ສ.ຂ.ລ ຖືກຮັບຮອງເຂົ້າເປັນສະມາຊິກຂອງ ICOLD ດ້ວຍຄະແນນສຽງເປັນເອກະສັນໃນວັນທີ 30/11/2021 ຢູ່ກອງປະຊຸມໃຫຍ່ຂອງ ICOLD ເປັນປະເທດທີ 104.
2020
ກໍ່ຕັ້ງ
104
ສະມາຊິກ ICOLD ປະເທດທີ
2021
ຈົດທະບຽນສະມາຄົມ
ຈຸດປະສົງ
ຈຸດປະສົງຂອງ ສະມາຄົມເຂື່ອນລາວ ແມ່ນເພື່ອພັດທະນາໂຄງການທັງພາກສ່ວນໃນການກໍ່ສ້າງ, ບໍາລຸງຮັກສາ, ຕິດຕາມ ແລະ ການປະຕິບັດງານຂອງໂຄງການເຂື່ອນ ແລະ ສິ່ງແວດລ້ອມ. ສະມາຄົມເຂື່ອນນີ້ຈະເປັນສູນກາງການລວບລວມ ແລະ ແລກປ່ຽນ ຂໍ້ມູນ, ປະສົບການ ແລະ ບັນຫາທີ່ພົບພໍ້ ລວມທັງເຜີຍແຜ່ຂໍ້ມູນອອກສູ່ພາຍນອກເພື່ອເປັນບົດຮຽນ.
ປະຫວັດການສ້າງຕັ້ງສະມາຄົມເຂື່ອນ
- 0113/11/2020
ເປີດກອງປະຊຸມສ້າງຕັ້ງສະມາຄົມ 13/11/2020
- 0214/01/2021
ກອງປະຊຸມຄະນະບໍລິຫານ ສຂລ ສະໄໝ ວິສາມັນຄັ້ງທີ 01 ຈັດຂຶ້ນໃນວັນທີ 14/01/2021
- 0329/01/2021
ຂໍ້ຕົກລົງຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ວ່າດ້ວຍການ ຮັບຮອງກົດລະບຽບຂອງ ສຂລ ສະບັບເລກທີ 0110/ພບ, ລົງວັນທີ 29/01/2021
- 0429/01/2021
ຂໍ້ຕົກລົງຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ວ່າດ້ວຍການຮັບຮອງ ເອົາຄະນະບໍລິຫານຂອງ ສຂລ ສະບັບ ເລກທີ 0112/ພບ, ລົງວັນທີ 29/01/2021
- 0530/01/2021
ປະທານສະມາຄົມໄດ້ລົງນາມຢ່າງເປັນທາງການກົດລະບຽບ ສຂລ ໃນວັນທີ 30/01/2021 ແລະ ກົດລະບຽບດັ່ງກ່າວມີຜົນສັກສິດນັບຈາກມື້ລົງລາຍເຊັນ
- 0603/02/2021
ປະທານອອກຂໍ້ຕົກລົງແຕ່ງຕັ້ງຜູ້ອຳນວຍການ ສຂລ ເລກທີ 003/ສຂລ ປທ, ລົງວັນທີ 03/02/2021.
- 0711/02/2021
ສຂລ ໄດ້ຈົດທະບຽນສະມາຄົມຢ່າງຖືກຕ້ອງຕາມກົດໝາຍ ຕາມໃບທະບຽນສະມາຄົມ ເລກທີ 23/ກພລ, ລົງວັນທີ 11/02/2021
ຂໍ້ມູນກ່ຽວກັບ
ເລື່ອງລາວ • ຂ່າວສານ • ກິດຈະກຳ
ປະຫວັດຫຍໍ້
ປະຫວັດການກໍ່ຕັ້ງ ແລະ ການຮັບຮອງສະມາຄົມເຂື່ອນລາວ.
ຂໍ້ຄວາມຈາກປະທານ
ຄຳທັກທາຍຈາກປະທານ ສຂລ ກ່ຽວກັບຄວາມປອດໄພເຂື່ອນ, ການພັດທະນາໄຟຟ້ານ້ຳຕົກຢ່າງຍືນຍົງ ແລະ ການຮ່ວມມືທາງວິຊາການ.
ໂຄງຮ່າງການຈັດຕັ້ງ
ສົ່ງເສີມມາດຕະຖານ, ສ້າງສັກກະຍະພາບ ແລະ ເປັນເວທີແລກປ່ຽນປະສົບການ.
ຄະນະຜູ້ບໍລິຫານ
ການນຳພາ ແລະ ການປະສານງານຂອງສະມາຄົມກັບພາກສ່ວນຕ່າງໆ.
ສະມາຊິກ
ເຂົ້າຮ່ວມເປັນສະມາຊິກ LAD ເພື່ອແລກປ່ຽນຄວາມຮູ້ ແລະ ຮ່ວມກິດຈະກຳວິຊາການ.